Thursday, October 14, 2010

ຖ້າຫາກໃຫ້ປຽບຄວາມຮັກ ກັບ ປາກກາ ແລະ ສໍໄມ້ ຈະເລືອກອັນໃດດີນໍໍ ?

ເວລາຈະຂຽນ... ເຮົາກໍ່ຈັບປາກກາຂຶ້ນມາ ໄຂຝາອອກ ແລ້ວກໍ່ຂຽນໂລດ ..... ພໍຂຽນໄປໄດ້ໄລຍະໜຶ່ງ ນ້ຳມຶກໃນປາກການັ້ນກໍ່ໝົດໄປ....ຕ້ອງໄດ້ເຕີມມຶກໃໝ່ມັນຈຶ່ງຈະໃຊ້ໄດ້ອີກຄັ້ງ

ຄວາມຮັກທີ່ເໝືອນປາກກາກໍ່ແມ່ນຄວາມຮັກທີ່ງ່າຍໆ ສະບາຍໆ ບໍ່ຈຳເປັນຕ້ອງໃສ່ໃຈດູແລຫຍັງຫຼາຍ ກໍ່ສາມາດມີຄວາມຮັກທີ່ງົດງາມໄດ້......ເມື່ອຮັກຄັ້ງນີ້ໝົດໄປ ກໍ່ພຽງແຕ່ໃຊ້ເວລາຢູ່ກັບໂຕເອງໄລຍະໜຶ່ງ ແລະກໍ່ສາມາດເປີດໃຈຮັບເອົາຮັກຄັ້ງໃຫມ່ໄດ້ຢ່າງສົມບູນຄືກັບປາກກາທີ່ພ້ອມໃຊ້ງານສະເຫມີ...


ແຕ່ຖ້າເປັນສໍໄມ້ ....ກ່ອນທີ່ເຮົາຈະໃຊ້ງານ...ຕ້ອງໄດ້ເຫຼົາມັນໃຫ້ແຫຼມສາກ່ອນ..... ເຖິງເຮົາຈະໃຊ້ງານມັນຫຼາຍເທົ່າໃດກໍ່ຕາມ... ແຕ່ເຮົາກໍ່ບໍ່ສາມາດຂຽນມັນຈົນໝົດກ້້ານໄດ້... ຢ່າງໜ້ອຍມັນກໍ່ຕ້ອງຍັງຫຼົງເຫຼືອສ່ວນທີ່ເຮົາບໍ່ສາມາດເຫຼົາມັນໄດ້ອີກແລ້ວ

ຄວາມຮັກແບບສໍໄມ້ ແມ່ນຮັກທີ່ໄດ້ຮັບການເອົາໃຈໃສ່ເປັນຢ່າງດີ.... ເຖິງວ່າເຮົາຈະບໍ່ສາມາດສານຕໍ່ຄວາມຮັກຄັ້ງນີ້ໄດ້ອີກຕໍ່ໄປ ແຕ່ຄວາມຮັກກໍ່ຍັງຄົງຢູ່ໃນໃຈຂອງເຮົາຕະຫຼອດໄປ ຄືກັບສໍໄມ້ກ້ານນີ້ທີ່ບໍ່ມີທາງຖືກໃຊ້ງານຈົນໝົດ...

ແລ້ວທ່າເດຈະເລືອກປະກາແບບໃດ ???

Tuesday, December 15, 2009

ມີຜູ້ຍິງ 3 ແບບ ມາໃຫ້ອ່ານກັນ

ບາງຄົນອາດຈະງົງ ຫລາຍເທື່ອທີ່ຜູ້ຍິງມີທ່າທີແປກໆ ເອົາແນ່ເອົານອນບໍ່ໄດ້ ໂດຍສະເພາະແມ່ນກັບຄົນຮັກ ຍາມໃດທີ່ຮູ້ສຶກວ່າແຟນຂອງຕົນເອງປ່ຽນໄປ ກໍ່ມັກຈະຄິດນ້ອຍຄິດໃຫ່ຍ ອາດຈະມີໃຜເຂົ້າມາເຮັດໃຫ້ແຟນຕົນເອງປ່ຽນໄປແລະກໍ່ນອກໃຈ ເຊີ່ງແຕ່ລະຄົນກະມີວິທີສະແດງອອກຂອງໃຜມັນ

ແບບທີ່ 1 ...ລະເບີດອາລົມ

ຜູ້ຍິງແບບນີ້ມັກຈະຄວບຄຸມອາລົມບໍ່ຄ່ອຍໄດ້ ຈະຕ້ອງຊັກຖາມເອົາຄຳຕອບທັນທີ ບາງຄົນກະຈະຊວນຖຽງກັນ ສະແດງຄວາມບໍ່ພໍໃຈຈົນເຫັນໄດ້ເລີຍ ແລະ ຄາດຄັ້ນເອົາຄຳຕອບໃຫ້ໄດ້ ໃຫ້ມັນຮູ້ດຳຮູ້ແດງໄປເລີຍ ບາງຄົນເປັນແຮງກວ່ານີ້ ເຖິງຂັ້ນໄປລາວີບຸກຄົນທີ່ 3 ຈົນກາຍເປັນເລື່ອງໃຫ່ຍໂຕ ບາງຄົນເຖິງຂັ້ນ ຢ່າຄິດວ່າຈະໄດ້ລາວໄປງ່າຍໆ ******ບໍ່ໄດ້*********ກະຢ່າຝັນ......ແຮະ22

ແບບທີ່2....ຄິດຫລາຍ ແລະ ນ້ອຍໃຈຄົນດຽວ

ຜູ້ຍິງແບບນີ້ ຈະຄິດຫລາຍເປັນພິເສດ ອີ່ຫຍັງນ່ອຍ 1 ກະຄິດໄປໄກລະ ລະກະມີຄວາມລະແວງ ແຮ່ງຮັກກະແຮ່ງລະແວງ ແລະ ແອບນ້ອຍໃຈຄົນດຽວ ຈົນກາຍເປັນຄົນບໍ່ມີຄວາມສຸກ ແລະ ຮູ້ສຶກວ່າຕົນເອງໄຮ້ຄ່າ ບໍ່ສຳຄັນ ຫລື ອີກຝ່າຍຫມົດຮັກຕົນເອງແລ້ວ ມັກຈະບໍ່ສະແດງອອກໂດຍກົງ ແຕ່ຈະມາໃນຮູບແບບຂອງການງອນ ງຽບ ຫລົບຫນ້າຫລົບຕາ ບໍ່ຮັບໂທລະສັບ ຫລື ຂາດການຕິດຕໍ່ ແຕ່ຈະບໍ່ຕີໂພຍຕີພາຍ ບາງຄົນ ຖ້າແນ່ໃຈວ່າຄົນຮັກບໍ່ຮັກຕົນກໍ່ຈະຕັດໃຈ ແລະ ຈາກໄປແບບງຽບໆ ໂດຍບໍ່ມີຄຳລ່ຳລາ ເພາະເຫັນວ່າບໍ່ມີປະໂຫຍດທີ່ຈະເວົ້າ ໃນເມື່ອກະເຈົ້າຫມົດຮັກເຮົາແລ້ວ ຈະດຶງທ່ວງໄວ້ກະມີແຕ່ຈະເສຍໃຈໄປລ້າໆໆໆໆ

ແບບທີ່3....ເຮັດຄືບໍ່ມີຫຍັງເກີດຂື້ນ

ຜູ້ຍິງແບບນີ້ ຈະເກັບອາການໄດ້ດີ ຈົນສັງເກດບໍ່ອອກພຸນລະ ຈະບໍ່ໂວຍວາຍຕີໂພຍຕີພາຍໃນທຳອິດ ແຕ່ຈະຄອຍສັງເກດການງຽບໆ ຫ່າງໆ ບໍ່ໃຫ້ອີກຝ່າຍຮູ້ຕົວ ຖ້າພົບວ່າ ເຂົ້າໃຈຜິດກໍ່ຈະເສີຍເລີຍ ແຕ່ຖ້າພົບວ່າເຂົ້າໃຈຖືກ ກໍ່ຈະເປີດໃຈລົມກັນ ຖ້າຝ່າຍຊາຍແກ້ໂຕໄດ້ກໍ່ຈົບບໍ່ດັ່ງນັ້ນກະເລີກກັນ ເພາະຜູ້ຍິງແບບນີ້ຈະເບີ່ງວ່າ ຕົນເອງກະມີສັກສີ ໃນເມື່ອຝ່າຍຊາຍມີຄົນອື່ນແລ້ວ ກະບໍ່ຄວນເສຍເວລາ ສູ້ຫາຄົນໃຫ່ມຈະດີກວ່າ

ແຮະ222 ຮູ້ແນວນີ້ແລ້ວໃຜເປັນແບບໃດ ທ່ານຊາຍກະຄວນຈະລະວັງເອົາໄວ້ ຢ່າປ່ອຍໃຫ້ຄວາມລະແວງເຂົ້າມາໃນໃຈແຟນໆຂອງພວກເຈົ້າກະແລ້ວກັນ ຖ້າ clear ໄດ້ກະດີໄປ ບໍ່ຊັ້ນກະອາດຈະເສຍຄົນທີ່ເຈົ້າຮັກໄປກໍ່ໄດ້ ມີຫຍັງກະຄວນຈະອະທິບາຍ ໃສ່ໃຈ ປິ່ນຫນ້າເຂົ້າຫາກັນ ອີກຝ່າຍຈະໄດ້ເຂົ້າໃຈ ເພາະບາງສິ່ງທີ່ເຈົ້າບໍ່ໃສ່ໃຈ ຄິດວ່າບໍ່ສຳຄັນ ມັນອາດຈະເປັນຕົວການທຳລາຍຄວາມຮັກຂອງເຈົ້າກະໄດ້....

Monday, September 14, 2009

ດູດວງ ທຳນາຍໃຈ ທາຍນິໃສຈາກການຈັບມື

ທຳນາຍ ທາຍໃຈ ທາຍນິໃສ ໝູ່ໆ ຮູ້ບໍ່ວ່າ ເວລາທີ່ຄົນຮັກກັນເຂົາຈັບມືກັນນັ້ນ ສາມາດບອກນິໃສຈາກລັກສະນະການຈັບມືໄດ້ຄືກັນເດີ້ ຄວາມຮັກ ບາງເທື່ອກະເບິ່ງຍາກ ເດົາບໍ່ອອກ ແຕ່ຖ້າໄດ້ສຳພັດຄວາມຮັກດ້ວຍການຈັບມືກໍ່ສາມາດບອກເຮົາໄດ້ຫຼາຍຢ່າງເລຍຄືກັນ


ກຳມືແໜ້ນຫຼາຍ
ຄົນທີ່ບີບມືຂອງອີກຝ່າຍຈົນຮູ້ສິກວ່າຈັບແໜ້ນຫຼາຍນັ້ນ ບອກຖຶງນິໃສຂອງຄົນທີ່ມີພະລັງສູງແລະມີຄວາມເສື່ອໝັ້ນໃນໂຕເອງຫຼາຍ ວ່າສາມາດເຮັດວຽກທຸກຢ່າງສຳເລັດລຸລ່ວງໄດ້ ລັກສະນະຂອງການເປັນຜູ້ນຳ ແລະຄົນຈັບມືແບບນີ້ເປັນຜູ້ຊາຍ ບອກວ່າເຂົາຕ້ອງການມີອຳນາດເໜືອຄົນອື່ນ ແລະຕ້ອງການໃຫ້ຄົນອື່ນຮູ້ສຶກປະທັບໃຈໂຕເອງ ແຕ່ວ່າເປັນຄົນທີ່ຂາດອາລົມສິນລະປະ ບໍ່ມີຄວາມລະອຽດ ແລະບໍ່ໃຫ້ຄວາມສຳຄັນຕໍ່ຄົນອື່ນປານໃດ
ບີບດົນ
ນິໃສຂອງຄົນທີ່ມັກຈັບມືຜູ້ອື່ນບີບດົນນີ້ ໂດຍທົ່ວໄປແລ້ວມັກຈະເປັນຄົນເຈົ້າຊູ້ຢູ່ນ້ອຍໜຶ່ງ ມັກການມີຄວາມຮັກແລະມັກການໄດ້ຢູ່ຊິດໄກ້ ກັບຄົນທີ່ຕົນຮັກ ຕ້ອງການຄວາມຮັກຄວາມອົບອຸ່ນ ແລະຄວາມສົນໃຈຫລາຍເປັນພີເສດ ແລະມີຄວາມເປັນເພື່ອນທີ່ດີຕໍ່ຄົນທີ່ຄົບຫາ ແຕ່ຖ້າເປັນຜູ້ຊາຍ ອອກຈະເປັນຄົນຂີ້ຫຶງຫວງ ແລະຖືສິດໃນສິ່ງທີ່ຕົນເປັນເຈົ້າຂອງ.
ບີບເບົາໆ
ຄົນທີ່ເວລາຈັບມືແລ້ວບີບມືອີກຝ່າຍເບົາໆ ຄືກັບບໍ່ກ້າ ຈັບມືຂອງອີກຝ່າຍ ນິໃສໂດຍທົ່ວໄປມັກຈະເປັນຄົນທີ່ມັກໃຊ້ຊີວິດແບບງ່າຍໆ ແລະສະບາຍໆ ບໍ່ຕ້ອງເຄັ່ງຄຽດກັບຫຍັງຫລາຍ ຈະຫລີກລ້ຽງພາລະທຸກຢ່າງທີ່ຕ້ອງຮັບຜິດຊອບ ນອກຈາກນີ້ ຢັງເປັນຄົນທີ່ມີລັກສະນະ ທີ່ປ່ອຍໂຊກຊາຕາ ໃຫ້ຂື້ນຢູ່ກັບຄົນທີ່ເໜືອກວ່າ ມັກເປັນຜູ້ຕາມຫລາຍກວ່າຜູ້ນຳ ໃນດ້ານການເຮັດວຽກ ຈຶ່ງມັກຈະເປັນຜູ້ທີ່ບໍ່ປະສົບຄວາມສຳເລັດປານໃດ.
ບີບດ້ວຍນ້ຳໜັກພໍດີ
ຖ້ານ້ຳໜັກຈັງວະໃນການຈັບມືຂອງຄົນໆນັ້ນ ບໍ່ແໜ້ນບໍ່ເບົາ ແຕ່ພໍດີໆ ແລະໃນຕອນຈັບມືນັ້ນກໍ່ເບິ່ງຕາໄປນຳ ສະແດງເຖິງ ນິໃສທີ່ເປັນຄົນຈິງໃຈແລະຕົງໄປຕົງມາ ເປັນຄົນມີເຫດຜົນ ແລະໃຫ້ຄຳປຶກສາທີ່ດີແກ່ຄົນທີ່ຕ້ອງການ ເວລາເກີດເຫດການວິກິດ ຈະເປັນຄົນທີ່ສາມາດຊ່ວຍເຫລືອຄົນອື່ນໄດ້ດີ ແລະຖ້າຄົນຈັບເປັນຜູ້ຊາຍສະແດງວ່າໜຸ່ມຄົນນີ້ເປັນຄົນທີ່ໝັ້ນໃຈໃນຕົວເອງສູງ ເປັນຄົນທີ່ສາມາດເຊື່ອໃຈໄດ້.

ຈັບສອງມື

ສຳລັບຄົນທີ່ໃຊ້ມືທັງສອງມືຈັບມືຂອງອີກຝ່າຍນັ້ນ ສະແດງເຖິງນິໃສທີ່ເປັນຄົນມີມະນຸດສຳພັນດີ ມັກການຢື່ນມິດຕະພາບໃຫ້ຜູ້ອື່ນ ຈຶ່ງມີໝູ່ຫລາຍ ແລ້ວກໍ່ຍັງເປັນຄົນທີ່ກະຕືລືລົ້ນສູງ ໃຜໄດ້ຢູ່ນໍາຈະຮູ້ສຶກເຖິງຄວາມມີຊີວິດຊີວາ ແຕ່ຈະບໍ່ມັກຄວາມເປັນທາງການ ເມື່ອມັກໃຜຈະສະແດງອອກມາແບບເປີດເຜີຍ ຊື່ງຖ້າເປັນຜູ້ຊາຍທີ່ມາຈັບມືຜູ້ຍິງແບບນີ້ ສະແດງໃຫ້ຮູ້ວ່າເຂົາຕ້ອງການຄຸ້ມຄອງດູແລ ເອົາໃຈໃສ່ອີກຝ່າຍ ເປັນທ່າທີທີ່ສະແດງເຖິງຄວາມຈິງໃຈ ແຕ່ຈະເປັນຄົນອອ່ນໄຫວ.
ໃຊ້ປາຍນິ້ວສຳພັດ
ສຳລັບຄົນທີ່ໃຊ້ແຕ່ພຽງປາຍນິ້ວສຳພັດອີກຝ່າຍພໜງເບົາໆນັ້ນ ສະແດງເຖິງນິໃສທີ່ເປັນຄົນອອ່ນໄຫວງ່າຍ ມີອາລົມລະອຽດອອ່ນ ແລະຕ້ອງການຄວາມຮັກຄວາມອົບອຸ່ນສູງ ແຕ່ເປັນຄົນໃຈຄໍກວ້າງຂວາງ ມັກຈະເສຍສະຫລະເພື່ອຄົນອື່ນ ແລະໃນກໍລະນີທີ່ເປັນຜູ້ຊາຍ ສະແດງວ່າເປັນຄົນທີ່ອອ່ນແອ ບໍ່ເຊື່ອໝັ້ນໃນຕົວເອງ ຄາດຫວັງຫຍັງບໍ່ຄ່ອຍຈະໄດ້ ເກີດມາເພື່ອເປັນຜູ້ຕາມເທົ່ານັ້ນ.
ຈັບມືສັ່ນ
ຄົນທີ່ມັກຈັບມືອີກຝ່າຍສັ່ນນັ້ນ ນິໃສມັກເປັນຄົນກະຕືລືລົ້ນ ມີອາລົມດີ ສະໜຸກສະໜານ ມີນໍ້າໃຈເພື່ອແຜ່ ເຂົ້າກັບຄົນອື່ນໄດ້ງ່າຍ ຜູ້ຄົນມັກມາສະນິດສະໜົມແລະໄວ້ວາງໃຈ ເພາະຈະມີທ່າທາງເປັນຄົນເປີດເຜີຍ ອາລົມດີມີຊີວິດຊີວາ ແລະກໍ່ມີຄວາມອົດທົນສູງ ມັກຊ່ວຍເຫລືອແກ້ບັນຫາໃຫ້ຜູ້ອື່ນ ໃນກໍລະນີທີ່ເປັນຜູ້ຊາຍແລະຈັບມືກັບເພດກົງຂ້າມແນວນີ້ ສະແດງວ່າ ເຂົາເປັນຄົນທີ່ຕ້ອງການຄວາມອົບອຸ່ນບໍ່ມັກຄວາມອ້າງວ້າງ.

ບໍ່ຈັບມືເລີຍ
ສຳລັບຜູ້ທີ່ບໍ່ມັກຈັບມືໃຜເລີຍນັ້ນ ຈະມີນິໃສເປັນຄົນທີ່ບໍ່ມັກຄວາມປ່ຽນແປງ ມັກຄວາມສັນໂດດຄ້າຍໆກັບວ່າເປັນຄົນຂີ້ອາຍ ແຕ່ຈິງໆແລ້ວບໍ່ແມ່ນເລີຍ ເປັນຄົນຈິງຈັງແລະຊື່ສັດ ໄວ້ວາງໃຈຄົນງາຍ ເມື່ອຄົບຫາໃຜເປັນເພື່ອ ກໍ່ໝາຍຄວາມວ່າເປັນເພື່ອນແທ້ຫລືເພື່ອນຕາຍເລີຍກໍ່ວ່າໄດ້ ສາມາດເວົ້າລົມກັນໄດ້ທຸກເລື້ອງ ເປັນຄົນບໍ່ຄ່ອຍລະວັງຕົວປານໃດ ອາດຖືກຫລອກໄດ້ງາຍ

Wednesday, August 12, 2009

ຂໍ້ຫ້າມເວລາອົກຫັກຢ່າເຮັດເດັດຂາດ !!!

ຢາກໄຫ້ກໍໄຫ້ອອກໄປໂລດ: ແລ້ວປັບໂຕປັບໃຈມາເປັນຄົນໃໝ່...ພະຍາຍາມຕັ້ງໃຈຮຽນຫລືເຮັດວຽກເອົາເວລາເອົາສະຫມອງໄປຄິດສິ່ງທີ່ມີປະໂຫຍດດີກວ່າ

ຢ່າຄິດທຳຮ້າຍໂຕເອງ : ພໍ່ແມ່ລ້ຽງເຮົາມາເກຶອບຕາຍແຕ່ເປັນຫຍັງກັບຜູ້ຊາຍຫວ່ຍແຕກຜູ້ດຽວເປັນໃຜແລ້ວເຮົາຍັງບໍ່ຮູ້ເຂົາມີຄ່າພໍທີ່ຈະໃຫ້ເຮົາອຸທິດຊີວິດໃຫ້ເລີຍຫວາກັບໄປຫາພໍ່ແມ່ທີ່ຮັກເຮົາຫລາຍທີ່ສຸດ

ຢ່າປອ່ຍເນື້ອປອ່ຍໂຕ :ໃຫ້ເບິ່ງແລ້ວບໍ່ມີຄ່າ ບາງຄົນກໍໃຈຮ້າຍແລ້ວມີແຕ່ກິນກັບກິນບາງຄົນກໍໂຊມ ບາງຄົນກໍປະຊົດຊີວິດ ເຂົາເຈົ້າແຫ່ງຊິສົມນ້ຳຫນ້າເຮົາ ເຮົາຕອ້ງເຮັດໂຕເອງໃຫ້ດູດີຂຶ້ນໃຫ້ເຂົາເຈົ້າຮູ້ສຶກເສຍດາຍເຮົາດີກວ່າ

ຢ່າຢູ່ຜູ້ດຽວ:ຄວນທີ່ຈະຫາຫມູ່ມາລົມນຳ ຫລືຫາຫຍັງເຮັດຈື່ງຈະບໍ່ຄິດຫລາຍ

ຫ້າມເອົາຮູບຫລືຂອງເກົ່ງໆມາເບິ່ງ:ຢ່າເອົາຂອງຫລືສິ່ງທີ່ເປັນຄວາມຫລັງຂຶ້ນມາເບິ່ງ ເບິ່ງໄປກໍບໍ່ມີຫຍັງດີຂື້ນ

ຢ່າຄິດວ່າຊີວິດນີ້ຂາດເຂົາຜູ້ນັ້ນບໍ່ໄດ້ =: ຖ້າບໍ່ມີເຂົາຜູ້ນັ້ນແລ້ວເຮົາຈະຕາຍເພາະຕອນນັ້ນເຮົາບໍ່ມີເຂົາເຮົາກໍຍັງຢູ່ໄດ້ ດີແລ້ວທີ່ເຂົາເລີກເຮົາໄປ ຈື່ງຈະທີໂອກາດເຈິຄົນທີ່ດີກວ່ານິ ຕອ້ງມີກຳລັງໃຈຢ່າທໍ້ແທ້ ຊີວິດເຮົາຕອ້ງກ້າວໄປຂ້າງຫນ້າ ຫາໃນສິ່ງທີ່ດີກວ່າ

ຢ່າໂທລະສັບໄປງໍ້ເຂົາເດັດຂາດ :ເສຍທ່າຫມົດ ເຂົາອາດຈະອີ່ຕົນແລ້ວມາດີກັບເຮົາຄືນ ແຕ່ມັນກໍຄືຂິບໍ່ຄືເກົ່າແລ້ວ ຊິເຮັດໄປເຮັດຫຍັງ ມາແຕ່ໂຕຫົວໃຈກໍບໍ່ໄດ້ມານຳ................alt

ແຕ່ຈັ່ງໃດກະສູ້ໆເດີ້ສຳຫລັບຄົນທີ່ອົກຫັກ

Saturday, July 18, 2009

ຄວາມຮັກມີ 3 ແບບ

ທຸກຄົນກໍ່ມີນິຍາມຂອງຄວາມຮັກທີ່ແຕກຕ່າງກັນ, ແຕ່ມີໃຜເຄີຍໄດ້ຍິນບໍ່ວ່າ "ຮັກ" ມີນຳກັນຢູ່ 3 ແບບໃນນິຍາມຂອງຂ້ອຍ. "ຮັກ" ຫຼື ຮັກຊື່ໆ ຄວາມຮັກແບບນີ້ ເປັນຄວາມຮັກທີ່ເກີດຂຶ້ນໄວ ຈະປຽບເໝືອນດອກໄມ້ບານ ທີ່ພໍເວລາຜ່ານໄປກໍ່ຈະຈືດຈາງ ແລະ ສູນສະຫຼາຍໄປ ແລະ ການທີ່ "ຮັກຊື່ໆ" ເຮົາຈະສາມາດລືມໄດ້ພາຍໃນ 1 ອາທິດ. ຕໍ່ໄປຄື "ຮັກຈິງຈັງ" ຄວາມຮັກແບບນີ້ ເປັນຄວາມຮັກທີ່ຫຼາຍຄົນຄິດວ່າຕົນເອງຮັກອີກຝ່າຍຢ່າງຫຼວງຫຼາຍ ແຕ່ເມື່ອຜິດຫວັງເຮົາຈະສາມາດລືມໄດ້ພາຍໃນ 2 ເດືອນ. ສຸດທ້າຍຄື "ຮັກລົ້ນໃຈ" ຄວາມຮັກນີ້ຈະປ່ຽນຊີວິດເຮົາ, ບໍ່ວ່າເວລາ ຈະຜ່ານໄປດົນເທົ່າໃດ ກໍ່ບໍ່ສາມາດທີ່ຈະລືມໄດ້. ຕົວຂ້ອຍເອງໄດ້ພົບພານຄວາມຮູ້ສຶກເຫຼົ່ານີ້ມາແລ້ວ, ເມື່ອຄັ້ງໜຶ່ງທີ່ໄດ້ຮັກກັບຄົນນຶ່ງຄົນພຽງເພາະໝູ່ແນະນຳ ແລະ ເຂົາກໍ່ເປັນຄົນດີຄົນນຶ່ງ ແຕ່ ມັນເປັນຄວາມຮັກທີ່ບໍ່ສາມາດຈະກ້າວໄປຫາຮັກຈິງໄດ້. ຂ້ອຍຈຶ່ງໄດ້ເຮັດບາບລົງໄປດ້ວຍການທຳຮ້າຍຈິດໃຈເຂົາໂດຍບໍ່ໄດ້ເຈດຕະນາ ຈົນຕ້ອງຮູ້ສຶກຜິດຢູ່ຕະຫຼອດເວລາທີ່ເຫັນໜ້າເຂົາ. ຜ່ານເວລາ ໄປດົນເຕີບຂ້ອຍໄດ້ສ້າງຄວາມຮັກກັບຊາຍນຶ່ງຄົນ ເປັນຄວາມຮັກທີ່ເລີ່ມກໍ່ຕົວຂຶ້ນເທື່ອລະນ້ອຍ ຈົນກາຍເປັນຄວາມຜູກພັນ, ຄວາມສະໜິດສະໜົມ. ແຕ່ດ້ວຍເຫດຜົນດ້ານໄລຍະທາງ ທີ່ພາໃຫ້ເກີດຊ່ອງຫວ່າງ, ເກີດຄວາມບໍ່ເຂົ້າໃຈກັນ, ເກີດຄວາມວາດລະແວງ, ເກີດການເອົາແຕ່ໃຈທຳຕົວເປັນເດັກບໍ່ມີເຫດຜົນ ແລະ ເກີດຈາກການທີ່ບໍ່ປັບເຂົ້າຫາກັນຈົນຕ້ອງເລີກລາກັນໄປໃນທີ່ສຸດ. ຄວາມຮັກຄັ້ງທີ 3 ເປັນຄວາມຮັກທີ່ມາແບບບໍ່ຮູ້ຕົວ ແລະ ບໍ່ຄິດວ່າຈະໄດ້ພົບກັບ ຄົນທີ່ດີແບບນີ້ແຕ່ນັ້ນລະ ທຸກຢ່າງມັນຍ່ອມມີເກີດຂຶ້ນ ຄົງຢູ່ ແລະ ດັບສະຫຼາຍ ຄວາມຮັກກໍ່ເຊັ່ນກັນ. ສຳລັບຄວາມຮັກຄັ້ງ ທຳອິດຂ້ອຍຖືວ່າເປັນ "ຮັກຊື່ໆ" ແຕ່ເຖິງແນວໃດກໍ່ຕາມ ຖ້າເຂົາຄົນນັ້ນໄດ້ເຂົ້າມາອ່ານ ຂ້ອຍກໍ່ຢາກຂໍໂທດຈາກໃຈຈິງ, ຄວາມຜິດມັນຢູ່ທີ່ຕົນເອງໃຊ້ເວລາສຶກສາຫົວໃຈຕົນເອງໜ້ອຍເກີນໄປ. ແຕ່ແນວໃດກໍ່ຢາກຂໍໂທດ!!!, ສຳລັບຄວາມຮັກຄັ້ງທີ3 ຂ້ອຍຖືວ່າເປັນ ພຽງຮັກຈິງ ເພາະເຖິງແມ່ນວ່າຂ້ອຍຈະເຄີຍຮັກລາວຫຼາຍ ແຕ່ຂ້ອຍກໍ່ສາມາດລືມໄດ້, ເຖິງແມ່ນວ່າສິ່ງທີ່ລາວເຮັດ ຈະເຮັດໃຫ້ເຈັບປວດເກືອບຕາຍ ແຕ່ຂ້ອຍກໍ່ສາມາດຫາຍດີໄດ້. ແຕ່ສຳລັບຄວາມຮັກ ຄັ້ງທີ 2 ນີ້ເປັນ ຮັກລົ້ນໃຈ ເພາະມັນໄດ້ປ່ຽນເດັກນ້ອຍທີ່ແສນດື້, ເອົາແຕ່ໃຈຕົນເອງ, ບໍ່ເຫັນຄຸນຄ່າໃນຄວາມຮັກ ປ່ຽນແປງມາເປັນຄົນລະຄົນ ເຖິງຈະໄປຮັກໃຜ ແຕ່ສຸດທ້າຍກໍ່ມາຮູ້ໃຈຕົນເອງວ່າໃຜ ທີ່ບໍ່ເຄີຍໜີອອກໄປຈາກໃຈຕັ້ງແຕ່ມື້ແຣກຈົນເຖິງວິນາທີນີ້. ແຕ່ໜ້າເສຍດາຍທີ່ກວ່າຈະຮູ້ໃຈຕົນເອງວ່າຂ້ອຍຮັກເຈົ້າ ຫຼາຍພຽງໃດ ແຕ່ກໍ່ບໍ່ສາມາດທີ່ຈະໄດ້ໃຈເຈົ້າມາຄອບຄອງເໝືອນດັ່ງເກົ່າໄດ້ອີກແລ້ວ. ຕໍ່ໃຫ້ຢາກໝຸນເວລາກັບໄປ ແກ້ໄຂຫຼາຍປານໃດ ແຕ່ມື້ທີ່ເຈົ້າຈະກັບມາຮັກຂ້ອຍໄດ້ດັ່ງເດີມມັນບໍ່ມີອີກແລ້ວ ເວລາມັນ ລ່ວງເລີຍມາດົນນານຈົນບໍ່ສາມາດທີ່ຈະກັບໄປແກ້ໄຂເລື່ອງລາວຕ່າງໆໄດ້ອີກແລ້ວ, ຍັງຫຼົງເຫຼືອໄວ້ພຽງ ມິດຕະພາບທີ່ດີ ທີ່ເຈົ້າມອບໃຫ້ ຊຶ່ງຂ້ອຍບໍ່ສາມາດທີ່ຈະທຳລາຍລົງໄດ້ພຽງເພາະຄວາມເຫັນແກ່ຕົວ ທີ່ຢາກຈະໄດ້ຫົວໃຈຄືນມາ. ເຖິງທຸກມື້ນີ້ຂ້ອຍຈະເປັນທຸກເພາະຄິດຮອດເຈົ້າ, ນ້ຳຕາໄຫຼເມື່ອຮູ້ວ່າຕົນເອງ ຮັກໃຜ ແຕ່ບໍ່ສາມາດທີ່ຈະບອກອອກໄປໄດ້ ແຕ່ຢ່າງໜ້ອຍຂ້ອຍກໍ່ດີໃຈທີ່ຍັງຮູ້ວ່າເຈົ້າມີຄວາມສຸກຢູ່ ກັບຄົນທີ່ດີກວ່າ. "ຮັກເດີ"

Saturday, June 6, 2009

ວິທີການບອກຮັກຂອງຄົນແຕ່ລະສາຂາວິຊາຮຽນ...

ແພດການຢາ: ແຄ໊ກ...ແຄ໊ກ...ແຄ໊ກ...ຂໍຢາໃຫ້ຂ້ອຍແດ່ ຂ້ອຍມີອາການໄອ....ໄອເລິຟຢູ.

ພະຍາບານ: ຫນ້າທີ່ຂອງຂ້ອຍແມ່ນການຢຽວຢາ ພໍຮັກສາດີແລ້ວເຈົ້າກໍ່ຈາກໄປ.

ສັກຕະວະແພດ : Love me, love my dog

ນິຕິສາດ: ໂອຍຍຍຍ....ຄວາມຮັກນີ້ບໍ່ຍຸດຕິທຳເລີຍ.

ບັນຊີ : ຄຳນວນຕົວເລກອາດໃຊ້ເວລາພຽງສ້ຽວນາທີ ແຕ່ຄຳນວນຫົວໃຈເຈົ້າຫັ້ນຕິ ເປັນປີກະບໍ່ແລ້ວ.

ສຶກສາສາດ: ຂ້ອຍສາມາດສອນເຈົ້າໄດ້ທຸກຢ່າງ ແຕ່ມີເລຶ່ອງດຽວເທົ່ານັ້ນທີ່ຢາກໃຫ້ເຈົ້າສອນ.

ອັກສອນສາດ: ຮັກມີຫລາຍພາສາ ຫວໍອ້າຍຫນິ, ໄອເລີຟຢູ, ຮັກອີ່ຫລີເດີ້.

ເສດຖະສາດ : ໄດ້ໃຈເຈົ້າຄືກຳໄລ ແຕ່ຖ້າເຈົ້າບໍ່ສົນໃຈຄືຂາດທຶນ.

ວິທະຍາສາດຄອມພິວເຕີ້ : ໂຄງການພັດທະນາ software Heart disk ຂອງເຈົ້າມີເທົ່າໃດ "ກິກ", ສົ່ງໃຈໄປເທົ່າໃດກໍ່ບໍ່ເຕັມຈັກເທື່ອ.

ວິທະຍາສາດ: ຄວາມຮັກ ♥ ບໍ່ມີສູດຕາຍໂຕ.

ສິນລະປະກຳ : ປັ້ນເທົ່າໃດກໍ່ບໍ່ຄື ເພາະເຈົ້າງາມຂື້ນທຸກມື້.

ກິລາ : ຮ່າງກາຍແຂງແຮງ ແຕ່ຫົວໃຈອ່ອນແອ.

ສະຖາປັດ: ຮັກອອກແບບບໍ່ໄດ້ ♥

ທັນຕະແພດ: ຖ້າກວດແຂ້ວຄົງຈະເຈິແມງກິນແຂ້ວ, ແຕ່ຖ້າກວດໃຈຄົງຈະເຈິເຈົ້າກິນໃຈ.

ວິສະວະກຳ: ຄະນະນີ້ມີຜູ້ຊາຍຫລາຍ.......ເບິ່ງໄປເບິ່ງມາ*********ກະຫນ້າຮັກດີໃດ໊ເນາະສ່ຽວ.

Sunday, May 3, 2009

10 ເຫດຜົນທີ່ເຮັດໃຫ້ຢາກບອກຮັກ

ການບອກຮັກ ເປັນຈຸດເລີ່ມຕົ້ນຂອງຄວາມຮັກ

.........................

ການບອກຮັກ ປ່ຽນຄຳວ່າເພື່ອນ ໃຫ້ກາຍເປັນແຟນ

.........................

ການບອກຮັກ ເຮັດໃຫ້ໄດ້ໃກ້ຊຶດກັນຫລາຍຂື້ນ

.........................

ການບອກຮັກ ເຮັດໃຫ້ໄດ້ມີຄຳວ່າເຮົາ ສຳຫລັບຄົນສອງຄົນ

.........................

ການບອກຮັກ ເຮັດໃຫ້ມີຄວາມຝັນຮ່ວມກັນ

.........................

ການບອກຮັກ ເຮັດໃຫ້ຂ້ອຍມີເຈົ້າຢູ່ຄຽງຂ້າງ

.........................

ການບອກຮັກ ເຮັດໃຫ້ກ້າພົບກັບຄວາມຈິງ

.........................

ການບອກຮັກ ເຮັດໃຫ້ເຮົາໄດ້ຜ່ານອຸປະສັກໄປດ້ວຍກັນ

.........................

ການບອກຮັກ ສາມາດເບີ່ງຫນ້າກັນໄດ້ໃກ້ຊຶດຂື້ນກວ່າທີ່ເຄີຍເປັນ

.........................

ການບອກຮັກ ສຸດທ້າຍ ເຮັດໃຫ້ຂ້ອຍກັບເຈົ້າມີແຕ່ຄວາມສຸກ......