Saturday, March 21, 2009

10 ການກະທຳຂອງການນອກໃຈ

1. ເວລາຊວນໄປໃສມາໃສ ໄປວຽກເປັນໝູ່ຫຼືວ່າໄປເບິ່ງໜັງຫຼືໄປຟັງເພງຈະມີຄຳເວົ້າວ່າບໍ່ວ່າງ.ຄາເຮັດວຽກແລະອື່ນໆຫຼາຍຂຶ້ນ

2. ເຫັນໜ້າກັນຍາມໃດເລີ່ມມີການສະແດງທ່າທີ່ເສີຍຊາຂື້ນເລື້ອຍໆຫຼືບໍ່ຊັ້ນກະຫງຸດຫງິດໄປໝົດທຸກເລື່ອງໂດຍສະເພາະເລື່ອງກຽ່ວກັບເຮົາ

3. ໂທໄປຍາມໃດກະປິດເຄື່ອງອ້າງແຕ່ວ່າແບ໋ດໝົດຕະຫຼອດ ຫຼື ບໍ່ຊັ້ນກະຊົ່ວຊິຮັບກະບັກດົນໆ ແລະ ຄຳຖາມທຳອິດທີ່ຖາມຕອນຮັບສາຍແມ່ນໂທມາເຮັດຫຍັງມີວຽກຫຍັງ

4. ບໍ່ໄດ້ໄປໃສນຳກັນດົນເກີນກວ່າ2ອາທິດໂດຍທີ່ບໍ່ໄດ້ສະບາຍຫຼືຕິດວຽກທີ່ສຳຄັນຢ່າງໃດເລີຍ

5. ເລີ່ມເວົ້າບໍ່ມ່ວນ.ບໍ່ໃຫ້ກຽດກັນ ຫຼື ເວົ້າສິ່ງທີ່ບໍ່ດີໄປຫາຄອບຄົວ

6. ຢູ່ຊື່ໆກະຢາກປຽ່ນແປງຕົນເອງເລີ່ມເຮັດງາມເຮັດຫຼໍ່ເກີນປົກກະຕິທັ້ງໆທີ່ຕອນຄົບກັບເຮົາບໍ່ເຄີຍປຽ່ນແປງຫຍັງເລີຍ

7. ຍາມທີ່ເຮົາຢາກໄດ້ກຳລັງໃຈຫຼືມີຂໍ້ຜິດພາດເລັກໆນອ້ຍໆເກີດຂື້ນແທນທີ່ຈະມີຄຳປອບໃຈຫຼືໃຫ້ກຳລັງໃຈຫຼືເປັນທີ່ປຶກສາກັບມີແຕ່ຄຳເວົ້າທີ່ຊຳ້ເຕີມ

8. ຜິດສັນຍາຕະຫລອດ

9. ເບິ່ງຄືວ່າອີກຝ່າຍຈະລືມໄປແລ້ວວ່າຄຳຂໍໂທດ...ສະກົດແນວໃດ

10. ເມື່ອເຈົ້າຫຼືເຂົາມີຄຳເວົ້າວ່າ...ດີເກີນໄປ