Saturday, July 18, 2009

ຄວາມຮັກມີ 3 ແບບ

ທຸກຄົນກໍ່ມີນິຍາມຂອງຄວາມຮັກທີ່ແຕກຕ່າງກັນ, ແຕ່ມີໃຜເຄີຍໄດ້ຍິນບໍ່ວ່າ "ຮັກ" ມີນຳກັນຢູ່ 3 ແບບໃນນິຍາມຂອງຂ້ອຍ. "ຮັກ" ຫຼື ຮັກຊື່ໆ ຄວາມຮັກແບບນີ້ ເປັນຄວາມຮັກທີ່ເກີດຂຶ້ນໄວ ຈະປຽບເໝືອນດອກໄມ້ບານ ທີ່ພໍເວລາຜ່ານໄປກໍ່ຈະຈືດຈາງ ແລະ ສູນສະຫຼາຍໄປ ແລະ ການທີ່ "ຮັກຊື່ໆ" ເຮົາຈະສາມາດລືມໄດ້ພາຍໃນ 1 ອາທິດ. ຕໍ່ໄປຄື "ຮັກຈິງຈັງ" ຄວາມຮັກແບບນີ້ ເປັນຄວາມຮັກທີ່ຫຼາຍຄົນຄິດວ່າຕົນເອງຮັກອີກຝ່າຍຢ່າງຫຼວງຫຼາຍ ແຕ່ເມື່ອຜິດຫວັງເຮົາຈະສາມາດລືມໄດ້ພາຍໃນ 2 ເດືອນ. ສຸດທ້າຍຄື "ຮັກລົ້ນໃຈ" ຄວາມຮັກນີ້ຈະປ່ຽນຊີວິດເຮົາ, ບໍ່ວ່າເວລາ ຈະຜ່ານໄປດົນເທົ່າໃດ ກໍ່ບໍ່ສາມາດທີ່ຈະລືມໄດ້. ຕົວຂ້ອຍເອງໄດ້ພົບພານຄວາມຮູ້ສຶກເຫຼົ່ານີ້ມາແລ້ວ, ເມື່ອຄັ້ງໜຶ່ງທີ່ໄດ້ຮັກກັບຄົນນຶ່ງຄົນພຽງເພາະໝູ່ແນະນຳ ແລະ ເຂົາກໍ່ເປັນຄົນດີຄົນນຶ່ງ ແຕ່ ມັນເປັນຄວາມຮັກທີ່ບໍ່ສາມາດຈະກ້າວໄປຫາຮັກຈິງໄດ້. ຂ້ອຍຈຶ່ງໄດ້ເຮັດບາບລົງໄປດ້ວຍການທຳຮ້າຍຈິດໃຈເຂົາໂດຍບໍ່ໄດ້ເຈດຕະນາ ຈົນຕ້ອງຮູ້ສຶກຜິດຢູ່ຕະຫຼອດເວລາທີ່ເຫັນໜ້າເຂົາ. ຜ່ານເວລາ ໄປດົນເຕີບຂ້ອຍໄດ້ສ້າງຄວາມຮັກກັບຊາຍນຶ່ງຄົນ ເປັນຄວາມຮັກທີ່ເລີ່ມກໍ່ຕົວຂຶ້ນເທື່ອລະນ້ອຍ ຈົນກາຍເປັນຄວາມຜູກພັນ, ຄວາມສະໜິດສະໜົມ. ແຕ່ດ້ວຍເຫດຜົນດ້ານໄລຍະທາງ ທີ່ພາໃຫ້ເກີດຊ່ອງຫວ່າງ, ເກີດຄວາມບໍ່ເຂົ້າໃຈກັນ, ເກີດຄວາມວາດລະແວງ, ເກີດການເອົາແຕ່ໃຈທຳຕົວເປັນເດັກບໍ່ມີເຫດຜົນ ແລະ ເກີດຈາກການທີ່ບໍ່ປັບເຂົ້າຫາກັນຈົນຕ້ອງເລີກລາກັນໄປໃນທີ່ສຸດ. ຄວາມຮັກຄັ້ງທີ 3 ເປັນຄວາມຮັກທີ່ມາແບບບໍ່ຮູ້ຕົວ ແລະ ບໍ່ຄິດວ່າຈະໄດ້ພົບກັບ ຄົນທີ່ດີແບບນີ້ແຕ່ນັ້ນລະ ທຸກຢ່າງມັນຍ່ອມມີເກີດຂຶ້ນ ຄົງຢູ່ ແລະ ດັບສະຫຼາຍ ຄວາມຮັກກໍ່ເຊັ່ນກັນ. ສຳລັບຄວາມຮັກຄັ້ງ ທຳອິດຂ້ອຍຖືວ່າເປັນ "ຮັກຊື່ໆ" ແຕ່ເຖິງແນວໃດກໍ່ຕາມ ຖ້າເຂົາຄົນນັ້ນໄດ້ເຂົ້າມາອ່ານ ຂ້ອຍກໍ່ຢາກຂໍໂທດຈາກໃຈຈິງ, ຄວາມຜິດມັນຢູ່ທີ່ຕົນເອງໃຊ້ເວລາສຶກສາຫົວໃຈຕົນເອງໜ້ອຍເກີນໄປ. ແຕ່ແນວໃດກໍ່ຢາກຂໍໂທດ!!!, ສຳລັບຄວາມຮັກຄັ້ງທີ3 ຂ້ອຍຖືວ່າເປັນ ພຽງຮັກຈິງ ເພາະເຖິງແມ່ນວ່າຂ້ອຍຈະເຄີຍຮັກລາວຫຼາຍ ແຕ່ຂ້ອຍກໍ່ສາມາດລືມໄດ້, ເຖິງແມ່ນວ່າສິ່ງທີ່ລາວເຮັດ ຈະເຮັດໃຫ້ເຈັບປວດເກືອບຕາຍ ແຕ່ຂ້ອຍກໍ່ສາມາດຫາຍດີໄດ້. ແຕ່ສຳລັບຄວາມຮັກ ຄັ້ງທີ 2 ນີ້ເປັນ ຮັກລົ້ນໃຈ ເພາະມັນໄດ້ປ່ຽນເດັກນ້ອຍທີ່ແສນດື້, ເອົາແຕ່ໃຈຕົນເອງ, ບໍ່ເຫັນຄຸນຄ່າໃນຄວາມຮັກ ປ່ຽນແປງມາເປັນຄົນລະຄົນ ເຖິງຈະໄປຮັກໃຜ ແຕ່ສຸດທ້າຍກໍ່ມາຮູ້ໃຈຕົນເອງວ່າໃຜ ທີ່ບໍ່ເຄີຍໜີອອກໄປຈາກໃຈຕັ້ງແຕ່ມື້ແຣກຈົນເຖິງວິນາທີນີ້. ແຕ່ໜ້າເສຍດາຍທີ່ກວ່າຈະຮູ້ໃຈຕົນເອງວ່າຂ້ອຍຮັກເຈົ້າ ຫຼາຍພຽງໃດ ແຕ່ກໍ່ບໍ່ສາມາດທີ່ຈະໄດ້ໃຈເຈົ້າມາຄອບຄອງເໝືອນດັ່ງເກົ່າໄດ້ອີກແລ້ວ. ຕໍ່ໃຫ້ຢາກໝຸນເວລາກັບໄປ ແກ້ໄຂຫຼາຍປານໃດ ແຕ່ມື້ທີ່ເຈົ້າຈະກັບມາຮັກຂ້ອຍໄດ້ດັ່ງເດີມມັນບໍ່ມີອີກແລ້ວ ເວລາມັນ ລ່ວງເລີຍມາດົນນານຈົນບໍ່ສາມາດທີ່ຈະກັບໄປແກ້ໄຂເລື່ອງລາວຕ່າງໆໄດ້ອີກແລ້ວ, ຍັງຫຼົງເຫຼືອໄວ້ພຽງ ມິດຕະພາບທີ່ດີ ທີ່ເຈົ້າມອບໃຫ້ ຊຶ່ງຂ້ອຍບໍ່ສາມາດທີ່ຈະທຳລາຍລົງໄດ້ພຽງເພາະຄວາມເຫັນແກ່ຕົວ ທີ່ຢາກຈະໄດ້ຫົວໃຈຄືນມາ. ເຖິງທຸກມື້ນີ້ຂ້ອຍຈະເປັນທຸກເພາະຄິດຮອດເຈົ້າ, ນ້ຳຕາໄຫຼເມື່ອຮູ້ວ່າຕົນເອງ ຮັກໃຜ ແຕ່ບໍ່ສາມາດທີ່ຈະບອກອອກໄປໄດ້ ແຕ່ຢ່າງໜ້ອຍຂ້ອຍກໍ່ດີໃຈທີ່ຍັງຮູ້ວ່າເຈົ້າມີຄວາມສຸກຢູ່ ກັບຄົນທີ່ດີກວ່າ. "ຮັກເດີ"