Saturday, January 10, 2009

13 ເຫດຜົນທີ່ຄົນອົກຫັກຕອ້ງມີຊີວິດຢູ່

1.ຢູ່ເພື່ອຄົນທີ່ເຮົາຮັກເຊິ່ງກໍມີຫລາຍເຊັ່ນ: ພໍ່ ແມ່ ຍາດພີ່ນອ້ງລະກະຫມູ່ເພື່ອນ

2.ຢູ່ເພື່ອຊອກແຟນໃຫມ່(ໃຫ້ໄດ້ແລະໃຫ້ດີກວ່າເກົ່າ)

3.ຢູ່ເພື່ອພິສູດວ່າເຮົາເປັນຄົນເກັ່ງແລະຜ່ານເລື່ອງຕ່າງໆໃນຊີວິດໄປໄດ້

4.ຢູ່ເພື່ອພິສູດວ່າເວລາຮັກສາແຜໃຈໄດ້ອີ່ຫລີ

5.ຢູ່ເພື່ອທີ່ຈະຟັງເພງອົກຫັກທຸກເພງ ທີ່ແຕ່ງຂຶ້ນມາເພື່ອເຮົາແລະມັນກະຊື້ງຫລາຍ

6.ຢູ່ເພື່ອທີ່ຈະໃຊ້ຊີວິດແບບສະບາຍໂດຍບໍ່ຕອ້ງຫວ່ງວ່າເຮົາຈະຕອ້ງໂທຫາໃຜຫລືຖ້າໃຜໂທຫາເຮົາ

7.ຢູ່ເພື່ອຈະໃຫ້ຮູ້ວ່າຄ່າໂທລະສັບເຮົາຫລຸດລົງ

8.ຢູ່ເພື່ອທີ່ຈະແຕ່ງໂຕສະບາຍສໄຕລເຮົາ

9.ຢູ່ເພື່ອທີ່ຈະດູແລໂຕເອງໃຫ້ດູດີຂື້ນ

10.ຢູ່ເພື່ອທີ່ຈະຮຽນຮູ້ວ່າຄົນອື່ນກະເຄີຍເປັນແລະເຂົາເຈົ້າກໍຢູ່ໄດ້

11.ຢູ່ເພື່ອຮູ້ວ່າຊີວິດ1ຈະຕອ້ງເຈິກັບຫຍັງແດ່

12.ຢູ່ເພື່ອທີ່ຈະຕອ້ງເກັບກຽ່ວປະສົບການເພື່ອໃຫ້ຄະຕິຂໍ້ຄິດກັບຄົນອື່ນໄດ້

13.ຢູ່ເພື່ອໃຫ້ຮູ້ວ່າບໍ່ມີເຂົາໂລກກະຍັງຫມຸນແລະເຮົາກະຍັງບໍ່ຕາຍ