Monday, September 14, 2009

ດູດວງ ທຳນາຍໃຈ ທາຍນິໃສຈາກການຈັບມື

ທຳນາຍ ທາຍໃຈ ທາຍນິໃສ ໝູ່ໆ ຮູ້ບໍ່ວ່າ ເວລາທີ່ຄົນຮັກກັນເຂົາຈັບມືກັນນັ້ນ ສາມາດບອກນິໃສຈາກລັກສະນະການຈັບມືໄດ້ຄືກັນເດີ້ ຄວາມຮັກ ບາງເທື່ອກະເບິ່ງຍາກ ເດົາບໍ່ອອກ ແຕ່ຖ້າໄດ້ສຳພັດຄວາມຮັກດ້ວຍການຈັບມືກໍ່ສາມາດບອກເຮົາໄດ້ຫຼາຍຢ່າງເລຍຄືກັນ


ກຳມືແໜ້ນຫຼາຍ
ຄົນທີ່ບີບມືຂອງອີກຝ່າຍຈົນຮູ້ສິກວ່າຈັບແໜ້ນຫຼາຍນັ້ນ ບອກຖຶງນິໃສຂອງຄົນທີ່ມີພະລັງສູງແລະມີຄວາມເສື່ອໝັ້ນໃນໂຕເອງຫຼາຍ ວ່າສາມາດເຮັດວຽກທຸກຢ່າງສຳເລັດລຸລ່ວງໄດ້ ລັກສະນະຂອງການເປັນຜູ້ນຳ ແລະຄົນຈັບມືແບບນີ້ເປັນຜູ້ຊາຍ ບອກວ່າເຂົາຕ້ອງການມີອຳນາດເໜືອຄົນອື່ນ ແລະຕ້ອງການໃຫ້ຄົນອື່ນຮູ້ສຶກປະທັບໃຈໂຕເອງ ແຕ່ວ່າເປັນຄົນທີ່ຂາດອາລົມສິນລະປະ ບໍ່ມີຄວາມລະອຽດ ແລະບໍ່ໃຫ້ຄວາມສຳຄັນຕໍ່ຄົນອື່ນປານໃດ
ບີບດົນ
ນິໃສຂອງຄົນທີ່ມັກຈັບມືຜູ້ອື່ນບີບດົນນີ້ ໂດຍທົ່ວໄປແລ້ວມັກຈະເປັນຄົນເຈົ້າຊູ້ຢູ່ນ້ອຍໜຶ່ງ ມັກການມີຄວາມຮັກແລະມັກການໄດ້ຢູ່ຊິດໄກ້ ກັບຄົນທີ່ຕົນຮັກ ຕ້ອງການຄວາມຮັກຄວາມອົບອຸ່ນ ແລະຄວາມສົນໃຈຫລາຍເປັນພີເສດ ແລະມີຄວາມເປັນເພື່ອນທີ່ດີຕໍ່ຄົນທີ່ຄົບຫາ ແຕ່ຖ້າເປັນຜູ້ຊາຍ ອອກຈະເປັນຄົນຂີ້ຫຶງຫວງ ແລະຖືສິດໃນສິ່ງທີ່ຕົນເປັນເຈົ້າຂອງ.
ບີບເບົາໆ
ຄົນທີ່ເວລາຈັບມືແລ້ວບີບມືອີກຝ່າຍເບົາໆ ຄືກັບບໍ່ກ້າ ຈັບມືຂອງອີກຝ່າຍ ນິໃສໂດຍທົ່ວໄປມັກຈະເປັນຄົນທີ່ມັກໃຊ້ຊີວິດແບບງ່າຍໆ ແລະສະບາຍໆ ບໍ່ຕ້ອງເຄັ່ງຄຽດກັບຫຍັງຫລາຍ ຈະຫລີກລ້ຽງພາລະທຸກຢ່າງທີ່ຕ້ອງຮັບຜິດຊອບ ນອກຈາກນີ້ ຢັງເປັນຄົນທີ່ມີລັກສະນະ ທີ່ປ່ອຍໂຊກຊາຕາ ໃຫ້ຂື້ນຢູ່ກັບຄົນທີ່ເໜືອກວ່າ ມັກເປັນຜູ້ຕາມຫລາຍກວ່າຜູ້ນຳ ໃນດ້ານການເຮັດວຽກ ຈຶ່ງມັກຈະເປັນຜູ້ທີ່ບໍ່ປະສົບຄວາມສຳເລັດປານໃດ.
ບີບດ້ວຍນ້ຳໜັກພໍດີ
ຖ້ານ້ຳໜັກຈັງວະໃນການຈັບມືຂອງຄົນໆນັ້ນ ບໍ່ແໜ້ນບໍ່ເບົາ ແຕ່ພໍດີໆ ແລະໃນຕອນຈັບມືນັ້ນກໍ່ເບິ່ງຕາໄປນຳ ສະແດງເຖິງ ນິໃສທີ່ເປັນຄົນຈິງໃຈແລະຕົງໄປຕົງມາ ເປັນຄົນມີເຫດຜົນ ແລະໃຫ້ຄຳປຶກສາທີ່ດີແກ່ຄົນທີ່ຕ້ອງການ ເວລາເກີດເຫດການວິກິດ ຈະເປັນຄົນທີ່ສາມາດຊ່ວຍເຫລືອຄົນອື່ນໄດ້ດີ ແລະຖ້າຄົນຈັບເປັນຜູ້ຊາຍສະແດງວ່າໜຸ່ມຄົນນີ້ເປັນຄົນທີ່ໝັ້ນໃຈໃນຕົວເອງສູງ ເປັນຄົນທີ່ສາມາດເຊື່ອໃຈໄດ້.

ຈັບສອງມື

ສຳລັບຄົນທີ່ໃຊ້ມືທັງສອງມືຈັບມືຂອງອີກຝ່າຍນັ້ນ ສະແດງເຖິງນິໃສທີ່ເປັນຄົນມີມະນຸດສຳພັນດີ ມັກການຢື່ນມິດຕະພາບໃຫ້ຜູ້ອື່ນ ຈຶ່ງມີໝູ່ຫລາຍ ແລ້ວກໍ່ຍັງເປັນຄົນທີ່ກະຕືລືລົ້ນສູງ ໃຜໄດ້ຢູ່ນໍາຈະຮູ້ສຶກເຖິງຄວາມມີຊີວິດຊີວາ ແຕ່ຈະບໍ່ມັກຄວາມເປັນທາງການ ເມື່ອມັກໃຜຈະສະແດງອອກມາແບບເປີດເຜີຍ ຊື່ງຖ້າເປັນຜູ້ຊາຍທີ່ມາຈັບມືຜູ້ຍິງແບບນີ້ ສະແດງໃຫ້ຮູ້ວ່າເຂົາຕ້ອງການຄຸ້ມຄອງດູແລ ເອົາໃຈໃສ່ອີກຝ່າຍ ເປັນທ່າທີທີ່ສະແດງເຖິງຄວາມຈິງໃຈ ແຕ່ຈະເປັນຄົນອອ່ນໄຫວ.
ໃຊ້ປາຍນິ້ວສຳພັດ
ສຳລັບຄົນທີ່ໃຊ້ແຕ່ພຽງປາຍນິ້ວສຳພັດອີກຝ່າຍພໜງເບົາໆນັ້ນ ສະແດງເຖິງນິໃສທີ່ເປັນຄົນອອ່ນໄຫວງ່າຍ ມີອາລົມລະອຽດອອ່ນ ແລະຕ້ອງການຄວາມຮັກຄວາມອົບອຸ່ນສູງ ແຕ່ເປັນຄົນໃຈຄໍກວ້າງຂວາງ ມັກຈະເສຍສະຫລະເພື່ອຄົນອື່ນ ແລະໃນກໍລະນີທີ່ເປັນຜູ້ຊາຍ ສະແດງວ່າເປັນຄົນທີ່ອອ່ນແອ ບໍ່ເຊື່ອໝັ້ນໃນຕົວເອງ ຄາດຫວັງຫຍັງບໍ່ຄ່ອຍຈະໄດ້ ເກີດມາເພື່ອເປັນຜູ້ຕາມເທົ່ານັ້ນ.
ຈັບມືສັ່ນ
ຄົນທີ່ມັກຈັບມືອີກຝ່າຍສັ່ນນັ້ນ ນິໃສມັກເປັນຄົນກະຕືລືລົ້ນ ມີອາລົມດີ ສະໜຸກສະໜານ ມີນໍ້າໃຈເພື່ອແຜ່ ເຂົ້າກັບຄົນອື່ນໄດ້ງ່າຍ ຜູ້ຄົນມັກມາສະນິດສະໜົມແລະໄວ້ວາງໃຈ ເພາະຈະມີທ່າທາງເປັນຄົນເປີດເຜີຍ ອາລົມດີມີຊີວິດຊີວາ ແລະກໍ່ມີຄວາມອົດທົນສູງ ມັກຊ່ວຍເຫລືອແກ້ບັນຫາໃຫ້ຜູ້ອື່ນ ໃນກໍລະນີທີ່ເປັນຜູ້ຊາຍແລະຈັບມືກັບເພດກົງຂ້າມແນວນີ້ ສະແດງວ່າ ເຂົາເປັນຄົນທີ່ຕ້ອງການຄວາມອົບອຸ່ນບໍ່ມັກຄວາມອ້າງວ້າງ.

ບໍ່ຈັບມືເລີຍ
ສຳລັບຜູ້ທີ່ບໍ່ມັກຈັບມືໃຜເລີຍນັ້ນ ຈະມີນິໃສເປັນຄົນທີ່ບໍ່ມັກຄວາມປ່ຽນແປງ ມັກຄວາມສັນໂດດຄ້າຍໆກັບວ່າເປັນຄົນຂີ້ອາຍ ແຕ່ຈິງໆແລ້ວບໍ່ແມ່ນເລີຍ ເປັນຄົນຈິງຈັງແລະຊື່ສັດ ໄວ້ວາງໃຈຄົນງາຍ ເມື່ອຄົບຫາໃຜເປັນເພື່ອ ກໍ່ໝາຍຄວາມວ່າເປັນເພື່ອນແທ້ຫລືເພື່ອນຕາຍເລີຍກໍ່ວ່າໄດ້ ສາມາດເວົ້າລົມກັນໄດ້ທຸກເລື້ອງ ເປັນຄົນບໍ່ຄ່ອຍລະວັງຕົວປານໃດ ອາດຖືກຫລອກໄດ້ງາຍ